I. ຄວາມຮູ້ທົ່ວໄປກ່ຽວກັບອິນເຕີເນັດ
1.
ຄວາມເປັນມາຂອງອິນເຕີເນັດ
ອິນເຕີເນັດກໍາເນີດຂື້ນເມືອປະມານ 30 ປີທີແລ້ວກໍາເນີດຂື້ນຄັ້ງທໍາອິດຢູ່ສາຫະລັດອາເມລິກາໃນປີ
ຄ.ສ 1512 ໂດຍອົງກອນທາງທະຫານຂອງສາຫະລັດມີຊື່ວ່າ: U.S ( Defense department) ເປັນຜູ້ຄິດຄົ້ນລະບົບຂື້ນມາ.
ຄອມພິວເຕີແຕ່ລະລະບົບສ່ວນໃຫຍ່ຈະແຍກການເຮັດວຽກໂດຍອິດລະຫຼະມີພຽງຄອມພິວເຕີທີເຮັດວຽກຢູ່ໃນເຄື່ອຄ່າຍດຽວກັນເທົ່ານັ່ນທີສາມາດສື່ສານກັນໄດ້ໂດຍຄວາມໄວທີຕໍ່າຈາກບັບຫາແລະອຸປະສັກໃນການສື່ສານລະຫວ່າງເຄື່ອງຄອມພິວເຕີແລະຄວາມຕ້ອງການແລກປ່ຽນຂໍ້ມູນຂ່າວສານກັນຈື່ງເຮັດໃຫ້ເກີດມີໂຄງການອາພາເນັດ
(ARPANET).ໂຄງການອາພາເນັດຢູ່ໃນການຄວບຄຸມຂອງອາພາຊື່ງເປັນໜ່ວຍງານຍ່ອຍຢູ່ໃນສັງກັດຂອງກະຊ່ວງປ້ອງກັນປະເທດຂອງ
USA ອາພາເຮັດໜ້າທີສະນັບສະໜູນແກ່ໜ່ວຍງານອື່ນໆເຊັ່ນ
ມະຫາວິທະຍາໄລ ແລະ ບໍ່ລິສັດເອກະຊົນທີເຮັດການວິໃຈ ແລະ ພັດທະນາໃນປີ 1969.
1. 1 ຄວາມໝາຍຂອງອິນເຕີເນັດ
ອິນເຕີເນັດແມ່ນເຄືອຂ່າຍຄອມພິວເຕີຂະໜາດໃຫຍ່ທີເຊື່ອມຕໍ່ກັບຄອມພິວເຕີທົ່ວໂລກເຂົ້າຫາກັນຜູ້ໃຊ້ອິນເຕີເນັດສາມາດສື່ສານຫາກັນໄດ້ພາຍໃນເວລາອັນໄວຊ່ວຍປະຍັດຊັບພະຍາກອນ
ແລະ ທີສໍາຄັນອິນເຕີເນັດແມ່ນສູນລວມຂໍ້ມູນຂ່າວສານຂະໜາດໃຫຍ່.
1.2 ຍຸກຂອງອິນເຕີເນັດ
ອິນເຕີເນັດເປັນລະບົບເຄື່ອຂ່າຍທີມີການພັດທະນາຢ່າງຕໍ່ເນືອງຫລາຍກ່ວາ
30 ປີແລ້ວໃນຕະຫລອດຊ່ວງການພັດທະນາຂອງອິນເຕີເນັດສາມາດເເບ່ງອອກເປັນ 3 ຍຸກຄື:
1). Internet 1.0 ເປັນຍຸທຳອິດ: ເປັນຍຸກຂອງການເຊື່ອມເພືອສື່ສານລະຫວ່າງບຸກຄົນ (Human to Human communication) ໃນຍຸກນີ້ພັດທະນາການຂອງອິນເຕີເນັດຈະເປັນການສຶ່ສານລະຫ່ວງບຸກຄົນທີໃຊ້ອຸປະກອນຄອມພິວເຕີທີເຊື່ອມຕໍ່ກັບອິນເຕີເນັດເທັກໂນໂລຢີທີ່ສຳຄັນທີ່ພັດທະນາໃຊ້ວຽກກ່ຽວກັບອິນເຕີເນັດເພືອການສື່ສານຍຸກນີໄດ້ແກ່ອີເມວ
(E-mail).
2). Internet 2.0 ຍຸກຕໍ່ມາເປັນຍຸກເຊື່ອມຕໍ່ເພືອການສື່ສານລະຫ່ວງບຸກຄົນກັບຄອມພິວເຕີ
(Human to computer communication) ເທັກໂນໂລຢີທີສຳຄັນທີ
ທີ່ພັດທະນາຂື້ນເພືອໃຊ້ງານອິນເຕີເນັດຍຸກນີໄດ້ແກ່ເວັບໄຊ (web ຫຼື
word wide web)
ເວັບສາມາດເປີດໂອກາດໃຫ້ບຸກຄົນສາມາດເຂົ້າໃຊ້ຄອມພິວເຕີເພືອເຮັດວຽກໄດໜື່ງຈາກໄລຍະໄກໄດ້ໃນຂະບວນການເຮັດວຽກເປັນມາດຕະຖານດຽວກັນ.
3). Internet 3.0 ຍຸກທີສາມຂອງອິນເຕີເນັດເປັນຍຸກທີກຳລັງຈະກ້າວຂືື້ນໄປສູ້ເປັນຍຸກການສື່ສານເພືອເຊື່ອມໂຍມລະຫວາງຄອມພິວເຕີກັບຄອມພິວເຕີ
(computer to computer communication) ລາຍລະອຽດເຊີ່ງຄວາມຄິດຂອງຍຸກນິ້ເປັນເລື່ອງທີ່ເຮົາຄວນສືກສາໃຫ້ເຂົ້າໃຈຫລາຍຂື້ນເນື່ອງຈາກຍຸກນີຍັງມາບໍ່ຮອດ ແລະ ຈະເປັນຍຸກທິສຳຄັນຂອງການນຳໃຊ້ອິນເຕີເນັດ.
Web 2.0 ຈະເຫັນໄດ້ວ່າຍຸກທີສາມຈະເວົ້າເຖີງການບໍລິການເຊິງກັນ
ແລະ
ກັນໃນການຕິດຕໍ່ສື່ສານຂໍ້ມູນໃນລະບົບນີ້ກໍ່ຍັງແມ່ນເທັກໂນໂລຢີພື້ນຖານບາງຢ່າງຂອງເວັບດັ່ງນັ່ນການຕະຫລາດຂອງບໍ່ລິສັດຈື່ງໃຊ້ຄຳວ່າ:(web
serve) ແທນຄວາມໝາຍຂອງຍຸກທີສາມ.
1.3 ຄວາມສາມາດກ່ຽວກັບອິນເຕີເນັດ
ເມືອກ່ອນໃຊ້ອິນເຕີເນັດແມ່ນມີຈໍານວນຈໍາກັດມີໃຫ້ໃຊ້ສະເພາະດ້ານການສືກສາ
ແລະ ວິໃຈທົ່ານັ່ນຕໍ່ມາໄດ້ມີການຂະຫຍາຍໃນຮູບແບບທຸລະກິດຫຼາຍຂື້ນເຮັດໃຫ້ມີຂອບເຂດການໃຊ້ອິນເຕີເນັດຫຼາຍຂື້ນ.
Ø ສາມາດຕິດຕໍ່ກັບຄົນທົ່ວໂລກໄດ້
Ø ສາມາດໃຊ້ເພືອແລກປ່ຽນຂໍ້ມູນ ແລະ ຄວາມຄິດເຫັນໄດ້
Ø ສາມາດໃຊ້ຊ່ວຍໃນການສືກສາແລະຖ່າຍໂອນຊອບແວ່ຕ່າງໆມາໄດ້ຟີ
Ø
ສາມາດຄົ້ນຄ້ວາວິໃຈຄ້າຍຄືຫໍສະໝຸດທີໃຫ້ສາມາດຄົ້ນຫາໜັງສືຕ່າງໆໂດຍທີເຮົາບໍ່ຈຳເປັນຕ້ອງໄປຫາຫໍສະໝຸດນັ່ນ.
Ø
ສາມາດອ່ານຂໍ້ມູນຂ່າວສານຂອງກຸ່ມສົນທະນາຕ່າງໆ
Ø
ສາມາດທ່ອງທ່ຽວໄປສະຖານທີຕ່າງໆໄດ້ທົ່ວໂລກເຊັ່ນ:ຫໍພິພິດຕະພັນ,ສວນສັດເຫຼົ່ານີເປັນຕົ້ນ.
ເອົາວິທີຂຽນໂປແກມມາໃຫ້ສືກສາແດ່
ตอบลบ